
ກອງປະຊຸມປຶກສາຫາລື ກະກຽມຄວາມພ້ອມໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກ ຕັ້ງທີ່ 12 ແຂວງຄຳມ່ວນ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ຈັດຂຶ້ນໃນວັນທີ 21 ມັງກອນ 2021 ທີ່ຫ້ອງວ່າການແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆ ຄຳມ່ວນ, ມີບັນດາທ່ານໃນຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.ເພື່ອເປັນການແລກປ່ຽນຄວາມຄິດເຫັນ ກ່ຽວກັບການຫ້າງຫາກະກຽມຄວາມພ້ອມໃນດ້ານຕ່າງໆ ໃຫ້ມີຄວາມເປັນເອກະພາບ

ໃນລະຫວ່າງວັນທີ 13-14 ທັນວາ 2020 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະລັດຖະມົນຕີກະຊວງອ້ອມຂ້າງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ. ໂດຍມີທ່ານ ວັນໄຊ ພອງສະຫວັນ ຮັກສາການເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍຄະນະການນໍາຂັ້ນແຂວງ, ຂັ້ນເມືອງ, ບັນດາພະແນກການ, ອົງການຈັດຕັ້ງຕ່າງໆອ້ອມຂ້າງແຂວງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການໂອ້ລົມ ຢູ່ເຮືອນພັກເລກ 1 ຂອງແຂວງ.ໃນໂອກາດນີ້ ທ່ານຮັກສາການເຈົ້າແຂວງຄໍາມ່ວນ ໄດ້ລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດບັນດາວຽກງານໃນຂົງເຂດຕ່າງໆ

ພິທີປາຖະກະຖາສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ (2 ທັນວາ 1975-2 ທັນວາ 2020) ແລະ ລະນຶກວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (13 ທັນວາ 1920-13 ທັນວາ 2020) ຈັດຂຶ້ນໃນວັນທີ 7 ທັນວາ 2020 ທີ່ສະໂມສອນ ຫຼັກ 4 ເປັນກຽດເຂົ້າຮ່ວມ ແລະ ກ່າວປາໃສຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ມີທ່ານ ວັນໄຊ ພອງສະຫວັນ ຮັກສາການເຈົ້າແຂວງຄຳມ່ວນ, ມີຄະນະບໍລິຫານງານພັກແຂວງ, ຄະນະບໍລິຫານງານພັກເມືອງ, ບັນດາທ່ານພະນັກງານປະຕິວັດ-ອາວຸໂສບຳນານ, ພະແນກການອ້ອມຂ້າງ, ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ (ຜູ້ເກົ່າ) ແລະ ທ່ານ ວັນໄຊ ພອງສະຫວັນ ຮັກສາການເຈົ້າແຂວງຄຳມ່ວນ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 26 ຕຸລາ 2020 ທີ່ສະໂມສອນໃຫ່ຍຂອງແຂວງຄໍາມ່ວນ, ໃຫ້ກຽດເປັນປະທານໂດຍ ທ່ານ ພັນຄໍາ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະປະຈໍາ-ກຳມະການພັກແຂວງ, ຫົວໜ້າ,ຮອງຫົວຫນ້າພະແນກ ແລະ ພະນັກງານນໍາພາຫລັກແຫລ່ງຂອງແຂວງ ເຂົ້າຮ່ວມ.

ວັນທີ 6 ຕຸລາ 2020 ທີ່ສະໂມສອນໃຫຍ່ ຫຼັກ 4 ໄດ້ຈັດພິທີປະກາດຮັບຮອງ ແລະ ມອບທຸງໄຊນໍາໜ້າຂະບວນແຂ່ງຂັນ 4 ບຸກໃຫ້ແກ່ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄໍາມ່ວນ, ທ່ານ ນາງ ວິລະວອນ ພັນທະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີບັນດາທ່ານຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລລາວ ແຂວງຄໍາມ່ວນ, ອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍພາກສ່ວນຕ່າງໆທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.

ໃນວັນທີ 18 ກັນຍາ 2020 ຢູ່ຫ້ອງປະຊຸມຊັ້ນ 3 ຂອງຫ້ອງວ່າການແຂວງ ໄດ້ຈັດພິທີສະຫຼຸບຂະບວນການແຂ່ງຂັນ ແລະ ຍ້ອງຍໍພາຍໃຕ້ຄໍາຂ້ວນ “ຮັກຊາດ ແລະ ພັດທະນາ” ປີ 2019 ແລະ ສຶບຕໍ່ເປີດຂະບວນການແຂ່ງຂັນ ແລະ ຍ້ອງຍໍປະຈໍາປີ 2020 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ກໍາມະການພັກແຂວງ ຮອງເຈົ້າແຂວງໆຄໍາມ່ວນ, ທ່ານ ວົງເພັດ ຈິດປັນຍາ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງຄໍາມ່ວນ ເຂົ້າຮ່ວມມີ ຫົວໜ້າ, ຮອງຫົວໜ້າຂະແໜງ, ຕາງໜ້າພະແນກການອອ້ມຂ້າງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ 50 ທ່ານ.