
ພິທີມອບໝວກຂາວ ແລະ ແສງທຽນ ໃຫ້ນັກສຶກສາຊັ້ນສູງພະຍາບານ ປີທີ I ຮຸ້ນທີ III ສົກຮຽນ 2017-2018 ໄດ້ຈັດຂຶ້ນໃນວັນທີ 20 ເມສາ 2018 ທີ່ໂຮງຮຽນສາທາລະນະສຸກແຂວງຄໍາມ່ວນ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ແກ່ນຈັນ ທອງສະຫວັດ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ດຣ. ເຂັມພາວັນ ມະນີວົງ ອໍານວຍການໂຮງຮຽນສາທາລະນະສຸກແຂວງ, ມີຄະນະອຳນວຍການໂຮງໝໍແຂວງ, ພະນັກງານຄູ-ອາຈານ ແລະ ນັກສຶກສາພາຍໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ. ໃນໂອກາດນີ້ ທ່ານ ດຣ. ເຂັມພາວັນ ມະນີວົງ ໄດ້ເປັນກຽດມອບໝວກຂາວໃຫ້ແກ່ນັກສຶກສາ ພ້ອມນັ້ນກໍ່ໄດ້ຍົກໃຫ້ເຫັນເຖິງປະຫວັດ