
ການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາປະຊາຊົນເພດຍິງ ແຂວງຄຳມ່ວນ ປະຈຳປີ 2017 ແມ່ນໄດ້ຖືສຳຄັນຕໍ່ວຽກງານການເມືອງ-ແນວຄິດໃຫ້ມີການດຳເນີນຊີວິດການເມືອງຢ່າງເປັນປົກກະຕິ, ປັບປຸງກົງຈັກການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ແລະ ເຂົ້າສູ່ລະບົບຕາມກົດໝາຍ, ລະບຽບການເຮັດໃຫ້ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຄວາມກະຕືລືລົ້ນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍ. ຜ່ານການຈັດຕັ້ງປະຕິບັດວຽກງານ 1 ປີຜ່ານມາ ຄະນະສະມາຊິກສະພາເພດຍິງແຂວງໄດ້ເຂົ້າຮ່ວມຄົ້ນຄວ້າການປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍ, ນິຕິກຳຂອງບັນດາພະແນກການຕ່າງໆ ເພື່ອນຳເຂົ້າຄົ້ນຄວ້າພິຈາລະນາເຂົ້າໃນກອງປະຊຸມຂອງ

ວັນທີ 25 ພະຈິກ 2017 ແມ່ນວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເຊິ່ງໄດ້ຍົກຂຶ້ນຄັ້ງທຳອິດໃນ ອາເມລິກາ ລາຕິນ ແລ້ວໄດ້ແຜ່ຂະຫຍາຍອອກໄປສູ່ປະເທດຕ່າງໆໃນທົ່ວໂລກ ແລະ ໄດ້ຖືກປະກາດໃນກອງປະຊຸມນັກເຄື່ອນໄຫວ ສົ່ງເສີມດ້ານສິດທິແມ່ຍິງ ໃນອາເມລິກາລາຕິນ ແລະ ຄາຣິບຽນ ທີ່ຈັດຂຶ້ນທີ່ນະຄອນໂບໂກຕາ ປະເທດໂກລົມເບຍ ໃນປີ 1981 ເພື່ອລະນຶກເຖິງວິລະກຳຂອງສາມເອື້ອຍນ້ອງ ຕະກຸນມິຣາບານ ຈາກສະຫະລັດ ໄດມິນິແກນ ທີ່ຖືກລອບສັງຫານ ຢ່າງໂຫດຮ້າຍປາເຖື່ອນ ໃນປີ 1960 ໃນລະບອບຜະເດັດການຂອງ ຣາຟາເອວ ທຣູກິໂຣ 1930-1961 ວັນດັ່ງກ່າວໄດ້ ຖືກກຳນົດເປັນວັນລະນຶກ ແລະ ໄວ້ອາໄລເຖິງສາມເອື້ອຍນ້ອງຕະກຸນ ມິຣາບານ ເຊິ່ງທົ່ວໂລກໄດ້ຮັບຮູ້ວ່າເປັນ