ກອງປະຊຸມດຳເນີນຊີວິດການເມືອງ ຂອງຄະນະພັກຮາກຖານ ຫ້ອງວ່າການແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 24 ກໍລະກົດ 2020 ໂດຍການເປັນປະທານຂອງ ສະຫາຍ ວົງເພັດ ຈິດປັນຍາ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງວ່າການແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີ ສະຫາຍ ໂອໄດ ສຸດາພອນ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆ ຄຳມ່ວນ, ສະຫາຍ ຄໍາຜົງ ວົງພະຈັນ ຄະນະປະຈຳພັກແຂວງ, ປະທານກວດກາພັກ-ລັດແຂວງ, ມີບັນດາສະຫາຍຄະນະຊີ້ນຳກອງປະຊຸມໃຫຍ່ຂັ້ນແຂວງ, ຄະນະໜ່ວຍພັກອ້ອມຂ້າງ,

ຕະຫຼອດເຖິງສະມາຊິກພັກພາຍໃນຮາກຖານດັ່ງກ່າວເຂົ້າຮ່ວມ. ສະຫາຍ ວົງເພັດ ຈິດປັນຍາ ໄດ້ຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານຫ້ອງວ່າການແຂວງ, ສະພາບຈຸດພິເສດ ແລະ ຕີລາຄາການຊີ້ນຳ-ນຳພາລວມ ຂອງຄະນະພັກຮາກຖານ ໂດຍສະເພາະວຽກງານສຶກສາອົບຮົມການເມືອງ-ແນວຄິດ, ການຊີ້ນຳ-ນໍາພາ ກໍ່ສ້າງ-ປັບປຸງ ວຽກງານບໍລິຫານລັດ (ວຽກງານວິຊາສະເພາະ), ການປັບປຸງວຽກງານການຈັດຕັ້ງ ແລະ ກໍ່ສ້າງພັກ-ກໍ່ສ້າງພະນັກງານ, ວຽກງານກໍ່ສ້າງຂະຫຍາຍເຂົ້າພັກ, ການຊີ້ນຳ-ນໍາພາວຽກງານອົງການຈັດຕັ້ງມະຫາຊົນຂອງພັກ ແລະ ດ້ານແບບແຜນນຳພາ, ວິທີເຮັດວຽກຂອງຄະນະພັກຮາກຖານ ໂດຍການຍຶດໝັ້ນ ແລະ ກຳແໜ້ນທັດສະນະຂອງພັກ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານດ້ວຍຫຼາຍຮູບການ ເປັນຕົ້ນ ຈັດຕັ້ງເຊື່ອມຊຶມ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ ແລະ ມູນເຊື້ອວັນສຳຄັນຕ່າງໆ, ເອົາໃຈໃສ່ຊີ້ນຳ-ຊຸກຍູ້ ແລະ ມອບໝາຍຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍໃນຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ຈັດຕັ້ງປະຕິບັດໜ້າທີ່ຂອງຕົນຕາມກົດລະບຽບຂອງພັກ, ພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນ, ປັບປຸງກົງຈັກການຈັດຕັ້ງຄະນະພັກ ແລະ ກົງຈັກບໍລິຫານລັດ ເພື່ອໃຫ້ການຈັດຕັ້ງຂອງຄະນະພັກ ແລະ ບັນດາຂະແໜງການທີ່ຂຶ້ນກັບມີຄວາມເຂັ້ມແຂງ, ຊຸກຍູ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາອົງການຈັດຕັ້ງຕ່າງໆ ເຄື່ອນໄຫວສຶກສາອົບຮົມສະມາຊິກພັກຂອງຕົນ ຕິດພັນກັບການສ້າງຂະບວນການ ແລະ ຂໍ້ແຂ່ງຂັ້ນຕ່າງໆ, ຖືສຳຄັນໃນການເຮັດວຽກເປັນໝູ່ຄະນະ, ເອົາໃຈໃສ່ຫັນເອົາມະຕິຄຳສັ່ງມາເປັນແຜນງານ-ໂຄງການເຄື່ອນໄຫວຂອງຕົນ ໂດຍມີການຕິດຕາມ, ກວດກາ, ສະຫຼຸບຕີລາຄາ ແລະ ລາຍງານໃນແຕ່ລະໄລຍະ.
ກອງປະຊຸມຍັງໄດ້ປະກອບຄຳເຫັນ ຕໍ່ບົດສຳຫຼວດການນຳພາລວມຂອງຄະນະພັກ ແລະ ບົດສຳຫຼວດຂອງບຸກຄົນໃນຄະນະພັກຮາກຖານ ພ້ອມທັງໄດ້ຮັບຟັງທິດຊີ້ນຳ ຈາກສະຫາຍ ເລຂາພັກແຂວງ ເພື່ອເລືອກເຟັ້ນເອົາບຸກຄະລາກອນເຂົ້າໃນໂຄງປະກອບ ຂອງຄະນະພັກຮາກຖານ ຫ້ອງວ່າການແຂວງຄຳມ່ວນ ໃຫ້ໄດ້ຄົບຕາມມາດຖານເງື່ອນໄຂທີ່ວາງໄວ້ ເພື່ອເປັນຫົວຈັກຫຼັກແຫຼ່ງໃນການຊີ້ນຳ-ນຳພາ ບໍລິຫານວຽກງານໃນຂົງເຂດຫ້ອງວ່າການແຂວງໃຫ້ມີການຂະຫຍາຍຕົວດີຂຶ້ນໄປເລື້ອຍໆ. ຈາກນັ້ນກອງປະຊຸມກໍ່ໄດ້ດຳເນີນການທາບທາມຮອບທີ I ແລະ ຮອບທີ II ເພື່ອເລືອກເອົາບຸກຄະລາກອນເຂົ້າໃນໂຄງປະກອບຂອງຄະນະພັກຮາກຖານຫ້ອງວ່າການໃນຊຸດໃໝ່.