ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຄຳມ່ວນ ໄດ້ສຳເລັດລົງຢ່າງຈົບງາມໃນວັນທີ 30 ກໍລະກົດ 2020 ທີສະໂມສອນໃຫຍ່ຫຼັກ 4. ໂດຍການເປັນປະທານຂອງ ທ່ານ ສົມໃຈ ເພັດສີນວນ ປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ປ/ອ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆ ຄຳມ່ວນ, ມີບັນດາຄະນະສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຄະນະການນຳຂັ້ນແຂວງ, ຂັ້ນເມືອງ, ພະແນກການ, ພະນັກງານອາວຸໂສບຳນານ ແລະ ອົງການຈັດຕັ້ງກ່ຽວຂ້ອງເຂົ້າຮ່ວມ.


ຕະຫຼອດໄລຍະເວລາ 2 ວັນຂອງການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ແຂວງຄໍາມ່ວນ ຊຸດທີ I ດ້ວຍບັນຍາກາດສ້າງສັນ, ສຳເລັດລົງຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບບປະມານແຫ່ງງລັດ 6 ເດືອນທ້າຍປີ 2020 ຂອງແຂວງ. ຮັບຮອງເອົາການແຕ່ງຕັ້ງ ແລະ ຍົກຍ້າຍ ບຸກຄະລາກອນຂອງອົງການປົກຄອງແຂວງເຊັ່ນ: ຮັບຮອງເອົາການສະເໜີແຕ່ງຕັ້ງ ທ່ານ ປ/ອ ແກ້ວອຸດອນ ບຸດສິງຂອນ ກຳມະການພັກແຂວງເປັນຮອງເຈົ້າແຂວງໆ ຄຳມ່ວນ, ຮັບຮອງເອົາການສະເໜີ ແລະ ແຕ່ງຕັ້ງ ທ່ານ ນັນຕະໄຊ ອິນທະສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຂຶ້ນເປັນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຮັບຮອງເອົາການສະເໜີ ຍົກຍ້າຍ - ແຕ່ງຕັ້ງ ທ່ານ ສີໄຮ ແກ້ວໄກຖິ່ນ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄປຮັບຜິດຊອບໜ້າທີ່ໃໝ່ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການ - ສັງຄົມແຂວງ ແລະ ມະຕິຮັບຮອງເອົາການເຄື່ອນໄຫວວຽກງານຂອງຄະນະປະຈໍາສະພາປະຊາຊົນແຂວງປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການເຄື່ອນໄຫວວຽກງານຮອດກອງປະຊຸມຄັ້ງຖົມມະລຶກຂອງສະພາປະຊາຊົນແຂວງ ຊຸດທີ II.


ພ້ອມນັ້ນກອງປະຊຸມຄັ້ງນີ້ຍັງໄດ້ຊັກຖາມ ແລະ ຕອບຄໍາຖາມຂະແໜງການທີ່ກ່ຽວຂ້ອງຈໍານວນໜຶ່ງເປັນຕົ້ນແມ່ນພະແນກແຜນການ ແລະ ການລົງທຶນແຂວງ, ພະແນກການເງິນແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ພະແນກພະແຮງງານ ແລະ ສະຫວັດດີການສັງຄົມແຂວງ. ເຊິ່ງບັນດາເນື້ອໃນທີ່ນໍາມາຊັກຖາມໃນຄັ້ງນີ້ລ້ວນແຕ່ແມ່ນບັນຫາສໍາຄັນ ແລະ ເລັ່ງດ່ວນຂອງແຂວງ, ເປັນຄວາມຄອງຄອຍຂອງປະຊາຊົນ, ສອດຄ່ອງກັບສະພາບການຕົວຈິງ ແລະ ໄດ້ຮັບການຕີລາຄາສູງຈາກປະຊາຊົນ, ສະມາຊິກສະພາປະຊາຊົນແຂວງ ໄດ້ຍົກສູງຄວາມຮັບຜິດຊອບຕັ້ງຄໍາຖາມຢ່າງມີຈຸດສຸມ, ຊັດເຈນ ແລະ ສອດຄ່ອງກັບຫົວຂໍ້ທີ່ຍົກຂຶ້ນ, ບັນດາພາກສ່ວນກ່ຽວຂ້ອງ ທີ່ຂຶ້ນຊີ້ແຈງອະທິບາຍປະເດັນຕ່າງໆ ຕາມພາລະບົດບາດຂອງຕົນຢ່າງມີຄວາມຮັບຜິດຊອບ ແລະ ຈະແຈ້ງ ເປັນຕົ້ນ: ການກໍານົດທິດທາງ, ກົນໄກ ແລະ ມາດຕະການແກ້ໄຂບັນຫາທີ່ເກີດຂຶ້ນໃນສັງຄົມໃນແຕ່ລະໄລຍະ.