ກອງປະຊຸມປຶກສາຫາລື ກະກຽມຄວາມພ້ອມໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກ ຕັ້ງທີ່ 12 ແຂວງຄຳມ່ວນ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ຈັດຂຶ້ນໃນວັນທີ 21 ມັງກອນ 2021 ທີ່ຫ້ອງວ່າການແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆ ຄຳມ່ວນ, ມີບັນດາທ່ານໃນຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.ເພື່ອເປັນການແລກປ່ຽນຄວາມຄິດເຫັນ ກ່ຽວກັບການຫ້າງຫາກະກຽມຄວາມພ້ອມໃນດ້ານຕ່າງໆ ໃຫ້ມີຄວາມເປັນເອກະພາບ


ແນໃສ່ຮັບປະກັນເຮັດໃຫ້ບັ້ນເລືອກຕັ້ງ ສສຊ ແລະ ສສຂ ໄດ້ດຳເນີນໄປຢ່າງມີປະສິດທິຜົນສູງ ນັບແຕ່ມື້ເລີ່ມຕົ້ນໃນການໂຄສະນາຫາສຽງ ໄປຈົນເຖິງມື້ມີການປ່ອນບັດເລືອກຕັ້ງ ເພື່ອໃຫ້ມີຄວາມຮັບປະກັນໃນທຸກ ດ້ານ ໂດຍສະເພາະແມ່ນການກຳນົດຈຸດລົງໂຄສະນາຫາສຽງຂອງບັນດາທ່ານທີ່ນອນໃນເປົ້າໝາຍໂຄງປະກອບຜູ້ສະໝັກ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 12 ແລະ ສະມາຊິກສະພາປະຊາຊົນແຂວງ, ຮູບແບບໃນການ ໂຄສະນາ ແລະ ເນື້ອໃນໂຄສະນາຕ່າງໆຂອງຜູ້ຮັບສະໝັກ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ ບົນພື້ນຖານປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກ. ສຳລັບເປົ້າໝາຍຜູ້ສະໝັກຮັບເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 12 ແຂວງຄຳມ່ວນ ມີຈຳນວນທັງໝົດ 12 ທ່ານ. ໃນນັ້ນມາຈາກສູນກາງ ຈຳນວນ 04 ທ່ານ ຄາດໝາຍເລືອກເອົາ 09 ທ່ານ ແລະ ຜູ້ສະໝັກສະມາຊິກສະພາປະຊາຊົນແຂວງຄຳມ່ວນ ມີທັງໝົດ 50 ທ່ານ ຄາດໝາຍເລືອກເອົາ 30 ທ່ານ. ສ່ວນລາຍລະອຽດຂອງຜູ້ສະໝັກທັງ ສສຊ ແລະ ສສຂ ທາງຄະນະ ກຳມະການເລືອກຕັ້ງຂັ້ນແຂວງຈະໄດ້ແຈ້ງໃຫ້ຊາບໃນຂັ້ນຕໍ່ໄປ.