- ທີ່ຕັ້ງ: ແຂວງຄໍາມ່ວນເປັນແຂວງໜຶ່ງຂອງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວຕັ້ງຢູ່ພາກກາງຂອງປະເທດ,ນອນຢູ່ໃນເສັ້ນຂະໜານທີ 16° 70΄ເຖິງ 18°00΄ ແລະເສັ້ນແວງທີ 104°ເຖິງ 105°, ຫ່າງຈາກນະຄອນຫລວງວຽງຈັນໄປທາງທິດໃຕ້ປະມານ 360 ກິໂລແມັດ (Km) ເຊິ່ງເປັນຈຸດທີ່ແຄບທີ່ສຸດໃນແຜນທີ່ ສປປ ລາວ, ນັບແຕ່ຊາຍແດນຕາເວັນຕົກ(ແມ່ນ້ຳຂອງ)ຫາຊາຍແດນຕາເວັນອອກ (ລາວ-ຫວຽດນາມ ພຽງ 145 ກິໂລແມັດ, ມີເນື້ອທີ່ທັງໝົດ 16.315 ກມ2, ທິດເໜືອຕິດກັບແຂວງ ບໍລິຄໍາໄຊມີຄວາມຍາວ 162ກມ, ທິດໃຕ້ຕິດກັບແຂວງສະຫວັນນະເຂດ ມີຄວາມຍາວ 174 ກມ, ທິດຕາເວັນອອກຕິດກັບແຂວງກວາງບິ່ງ ແລະ ຮ່າຕິງ ສສ ຫວຽດນາມ ມີເສັ້ນຊາຍແດນຮ່ວມກັນຍາວ 237 ກມ ແລະ ທິດຕາເວັນຕົກ ຕິດກັບ ຈັງຫວັດນະຄອນພະນົມ ລາຊອາຈັກໄທມີຊາຍແດນຮ່ວມກັນ153 ກມ;..
- ພູມສັນຖານ: ທິດຕາເວັນອອກເປັນຈຸດສູງຕາມສາຍພູຫລວງ ສະເລັ່ຍສູງຈາກລະດັບນ້ຳທະເລ500-700ແມັດປະກອບດ້ວຍພູຫີນປູນ, ຜາຫີນນ້ອຍໃຫຍ່ສະລັບຊັບຊ້ອນ ແລະ ປົກຄຸມໄປດ້ວຍປ່າໄມ້, ຊີວະນາໆຊະນິດ, ມີສັດນ້ຳສັດປ່າເຂດຮ້ອນຫລາຍສາຍພັນ, ຈາກຈຸດສູງທາງເບື້ອງຕາເວັນອອກ ເຮັດໃຫ້ພູມສັນຖານມີລັກສະນະຄ້ອຍຊັນລົງໃສ່ທົ່ງພຽງເບື້ອງຕາເວັນຕົກລຽບແຄມແມ່ນ້ຳຂອງຈຶ່ງເຮັດໃຫ້ພື້ນທີ່ຂອງແຂວງຄໍາມ່ວນມີແມ່ນ້ຳທີ່ສຳຄັນຫລາຍສາຍທີ່ໄຫລແຕ່ທິດຕາເວັນອອກຫາທິດຕາເວັນຕົກເປັນສາຂາຂອງແມ່ນ້ຳຂອງຄື:ນໍ້າຫີນບູນ, ນ້ຳປະກັນ, ນ້ຳໂດນ ແລະ ນ້ຳເຊບັ້ງໄຟ,ມີບັນດາຫ້ວຍ,ຮ່ອງ, ໜອງບືງນ້ອຍໃຫຍ່ຕ່າງໆຕັ້ງຢູ່ແຄມ ທົ່ງຮາບເຊບັ້ງໄຟ ມີຄວາມເໝາະສົມການຜະລິດກະສິກຳ ປຸກເຂົ້າ, ພືດສະບຽງອາຫານ ແລະ ການລ້ຽງສັດ, ດ້ານລະບົບນິເວດວິທະຍາໄດ້ແບ່ງອອກເປັນສອງເຂດຄື: ເຂດພູດອຍ, ພູພຽງ ກວມ 53,7% ແລະ ເຂດທົ່ງພຽງກວມ 46.30% ອຸນນະພູມສະເລັ່ຍແຕ່ 24-26° ອົງສາ, ລະດູຮ້ອນຈະມີຜົນກະທົບຈາກມໍລະສຸມຜັດຜ່ານ ເກີດໃຫ້ມີຝົນຕົກ ໂດຍສະເລ່ຍວັດແທກໄດ້ 1.234 ມິນລີລິດຕໍ່ປີ;.
- ດ້ານປະຊາກອນ:
ການສໍາຫລວດພົນລະເມືອງຄັ້ງຫລ້າສຸດ (ປີ 2014) ຈໍານວນພົນລະເມືອງທັງໝົດ388.950 ຄົນຍິງ 199.402 ຄົນ ປະກອບດ້ວຍ 09 ຊົນເຜົ່າຈັດຕາມ 03 ໝວດພາສາປາກເວົ້າຄື: ໝວດພາສາລາວ-ໄຕ: ມີຊົນເຜົ່າລາວ, ເຜົ່າຜູ້ໄທ, ເຜົ່າໄຕ ແລະເຜົ່າແຊກ, ອາໃສຢູ່ເມືອງທ່າແຂກ, ໜອງບົກ, ຫີນບູນ, ຄູນຄໍາ, ເຊບັ້ງໄຟ, ມະຫາໄຊ ແລະໄຊບົວທອງ, ໝວດພາສາມອນ-ຂະແມ: ມີເຜົ່າມະກອງ, ເຜົ່າງ້ວນ, ເຜົ່າຕຣີ ແລະ ເຜົ່າກຣີ. ອາໃສຢູ່ເມືອງຍົມມະລາດ, ນາກາຍ, ບົວລະພາ ແລະ ໄຊບົວທອງ ແລະ ໝວດພາສາມົ້ງ,ອິ້ວມ້ຽນ: ອາໃສຢູ່ 1 ບ້ານຂອງເມືອງທ່າແຂກ.
- ດ້ານການປົກຄອງ: ໄດ້ຈັດແບ່ງອອກເປັນ10 ເມືອງ,ມີ 582 ບ້ານ ແລະ ມີ 74.505 ຄົວເຮືອນ, ຄວາມໜາ
ແໜ້ນຂອງພົນລະເມືອງສະເລ່ຍ 23 ຄົນ/ກມ2