21/09/2024
ວັນທີ 3 ເມສາ 2024 ຄະນະຜູ້ແທນ ແຂວງຮ່າຕິ່ງ ສສ ຫວຽດນາມ ໂດຍການເປັນຫົວໜ້າຄະນະ ຂອງສະຫາຍ ເຈີ່ນ ເບົ້າ ຮ່າ ກຳມະການປະຈໍາພັກແຂວງ, ຮອງປະທານຜູ້ປະຈໍາການ ຄະນະກໍາມະການປະຊາຊົນແຂວງຮ່າຕິ່ງ ພ້ອມດ້ວຍຄະນະ ໄດ້ ອວຍພອນການນໍາແຂວງຄຳມ່ວນ ໃນໂອກາດປີໃໝ່ລາວ ພສ 2567 ໂດຍຈັດຂື້ນ ທີ່ເຮືອນຮັບແຂກເລກ 1 ຂອງແຂວງ. ສະຫາຍ ເຈິ່ນ ເບົ້າ ຮ່າ ໄດ້ກ່າວອວຍພອນໄຊອັນປະເສີດມາຍັງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄຳມ່ວນ ພ້ອມດ້ວຍບັນດາການນຳຂອງແຂວງ, ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ຕະຫຼອດເຖິງພໍ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງຄຳມ່ວນ ເນື່ອງໃນໂອກາດປີໃໝ່ລາວ ທີ່ໃກ້ຈະມາເຖິງໃນໝໍ່ໆນີ້ ຈົ່ງມີແຕ່ສຸຂະພາບເຂັ້ມແຂງ, ແຂງແຮງ, ມີຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງ, ມີຄວາມເບີກບານມ່ວນຊື່ນ ສືບຕໍ່ພັດທະນາແຂວງຄຳມ່ວນ ໃຫ້ຈະເລີນກ້າວໜ້າຍິ່ງຂຶ້ນ.
ໂອກາດນີ້ ສະຫາຍ ວັນໄຊ ພອງສະຫວັນ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ສະຫາຍ ຮອງປະທານຜູ້ປະຈໍາການ ຄະນະກໍາມະການປະຊາຊົນແຂວງຮ່າຕິ່ງ ທີ່ໄດ້ນຳເອົາຄຳອວຍພອນອັນປະເສີດ, ໄມຕີຈິດມິດຕະພາບອັນສະໜິດສະໜົມມາສູ່ການນຳ ແລະ ປະຊາຊົນບັນດາເຜົ່າຊາວແຂວງຄຳມ່ວນໃນຄັ້ງນີ້ ເຊິ່ງສະແດງເຖິງໄມຕີຈິດມິດຕະພາບອັນດູດດື່ມ ທີ່ການນຳແຂວງຮ່າຕິ່ງ ມີຕໍ່ການນຳແຂວງຄຳມ່ວນ, ໃນນາມຕາງໜ້າຄະນະບໍລິຫານງານພັກແຂວງ, ອົງການປົກຄອງແຂວງທ່ານຍັງໄດ້ຖືໂອກາດນີ້ ຝາກຄຳຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີອັນສະໜິດສະໜົມແບບພິເສດ ຜ່ານບັນດາສະຫາຍດັ່ງກ່າວ ໄປຍັງສະຫາຍ ເລຂາພັກແຂວງ, ຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍປະຊາຊົນຊາວແຂວງຮ່າຕິງທຸກທົ່ວໜ້າ ແລະ ອວຍພອນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງຄໍາມ່ວນ ແລະ ແຂວງຮ່າຕິງ ຈົ່ງໝັ້ນຄົງທະນົງແກນຕະຫຼອດໄປ.
ທີ່ສໍາຄັນຍັງໄດ້ຕີລາຄາໃຫ້ເຫັນ ການພັດທະນາ ດ້ານເສດຖະກິດ-ສັງຄົມ ຂອງແຕ່ລະແຂວງ ແລະ ໝາກຜົນການພົວພັນຮ່ວມມືລະຫວ່າງສອງແຂວງ ຄໍາມ່ວນ ແລະ ແຂວງຮ່າຕິ່ງ ໃນໄລຍະຜ່ານມາ ເປັນຕົ້ນ: ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕາມບໍລິເວນຊາຍແດນທັງສອງແຂວງ ແລະ ການຊ່ວຍເຫຼືອພັດທະນາດ້ານພື້ນຖານໂຄງລ່າງອື່ນໆ ໂດຍສະເພາະແມ່ນໂຄງການກໍ່ສ້າງຊົນລະປະທານ ແລະ ໂຮງຮຽນມັດທະຍົມວິຊາຊີບຕົວແບບ ມິດຕະພາບລາວ-ຫວຽດນາມ ຢູ່ເມືອງໜອງບົກ, ແຂວງຄໍາມ່ວນ ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ມອບໃຫ້ລັດຖະບານ ລາວ. ໂອກາດທີ່ຄະນະຜູ້ແທນແຂວງຮ່າຕິ່ງມາເຄື່ອນໄຫວອວຍພອນຄັ້ງນີ້ ຍັງໄດ້ຢ້ຽມຢາມ ແລະ ແວ່ສັກກາລະບູຊາ ອານຸສອນ ປະທານໂຮ່ຈິມິນ ແລະ ຢ້ຽມຊົມໂຄງການກໍ່ສ້າງຊົນລະປະທານລະບົບຈັກສູບນໍ້າດ້ວຍໄຟຟ້າ ຢູ່ບ້ານຊຽງຫວາງ, ເມືອງໜອງບົກ ອີກດ້ວຍ.