
ໃນຕອນບ່າຍ ຂອງວັນທີ 29 ກໍລະກົດ 2022 ທີ່ ໂຮງແຮມ ຊວານແທັງ, ເມືອງ ຫງີ່ຊວານ ແຂວງ ຮ່າຕິງ ໄດ້ຈັດກອງປະຊຸມພົບປະລະຫວ່າງ ຄະນະຜູ້ແທນຂັ້ນສູງ ແຂວງຄໍາມ່ວນ (ສປປລາວ) ນໍາໂດຍ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆຄໍາມ່ວນ ແລະ ຄະນະຜູ້ແທນຂັ້ນສູງຝ່າຍ ແຂວງຮ່າຕິງ (ສສຫວຽດນາມ) ນໍາໂດຍ ສະຫາຍ ຮວ່າງຈຸງຢຸ່ງ ກໍາມະການສູນກາງພັກ ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງຮ່າຕິງ ໄດ້ໃຫ້ກຽດເປັນປະທານ ໃນການດໍາເນີນກອງປະຊຸມພົບປະແລກປ່ຽນບົດຮຽນ ກ່ຽວກັບວຽກງານດຶງດູດການລົງທຶນ
ລະຫວ່າງ 2 ຝ່າຍ, ໂດຍມີສະຫາຍ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ສະຫາຍ ປອ. ສົມສະອາດ ອຸ່ນສີດາ ກໍາມະການພັກແຂວງ ຮອງເຈົ້າແຂວງໆ ຄໍາມ່ວນ, ຝ່າຍແຂວງຮ່າຕິງ ມີສະຫາຍ ເລງອກເຈົາ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ພ້ອມດ້ວຍການນໍາຈາກບັນດາພະແນກການ, ຂະແໜງການທີ່ກ່ຽວຂ້ອງ ແລະ ຕາງໜ້ານັກທຸລະກິດຈໍານວນໜຶ່ງເຂົ້າຮ່ວມ.
ໃນກອງປະຊຸມອັນມີຄວາມໝາຍສໍາຄັນ ສະຫາຍ ຫົວໜ້າຄະນະຜູ້ແທນຂັ້ນສູງ ທັງສອງ ແຂວງ ຕ່າງກໍ່ໄດ້ລາຍງານໃຫ້ກັນຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງຕົນ ພ້ອມທັງ ແລກປ່ຽນບັນດາປະສົບການກ່ຽວກັບວຽກງານສົ່ງເສີມດຶງດູດການລົງທຶນ ກໍ່ຄືການກໍານົດທິດທາງເນື້ອໃນການພົວພັນຮ່ວມມືໃນຕໍ່ໜ້າ, ເຊິ່ງໃນໄລຍະຜ່ານມາ ການພົວພັນຮ່ວມມືລະຫວ່າງສອງແຂວງ ສາມາດປະຕິບັດໄດ້ບັນດາຜົນສໍາເລັດ ໃນການປະກອບສ່ວນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕາມກອບຂອງການຮ່ວມມື ທັງສອງແຂວງ ດ້ວຍຜົນງານອັນໃຫຍ່ຫຼວງ ໂດຍສະເພາະກໍ່ຄືການປະຕິບັດຕາມບົດບັນທຶກກອງປະຊຸມປະຈໍາປີ ລະຫວ່າງຜູ້ແທນຂັ້ນສູງ ສອງແຂວງ ຄໍາມ່ວນ ແລະ ຮ່າຕິງ, ການປະຊຸມພົບປະລະຫວ່າງຜູ້ແທນຂັ້ນສູງໃນຄັ້ງນີ້ກໍ່ເພື່ອເປັນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະກໍ່ຄືການເພີ່ມທະວີຄວາມສາມັກຄີມິດຕະພາບແບບພິເສດ ລະຫວ່າງແຂວງຄໍາມ່ວນ ແລະ ແຂວງຮ່າຕິງ, ໄປຄຽງຄູ່ກັບການສືບຕໍ່ຍູ້ແຮງການພົວພັນຮ່ວມມືອັນເປັນມູນເຊື້ອພິເສດ, ໝັ້ນຄົງ ລະຫວ່າງສອງປະເທດ ແລະ ສອງແຂວງ ຄໍາມ່ວນ-ຮ່າຕິງ. ໂອກາດມີຄໍາເຫັນຕໍ່ກອງປະຊຸມຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆຄໍາມ່ວນ

ໄດ້ສະແດງຄວາມຍິນດີຕໍ່ຜົນງານທີ່ແຂວງຮ່າຕິງຍາດມາໄດ້, ໃນໄລຍະຜ່ານມາ ກິດຈະການ ການລົງທຶນ ຂອງນັກທຸລະກິດຫວຽດນາມທີ່ໄປລົງທຶນຢູ່ແຂວງຄຳມ່ວນ ມີທັງໝົດ 24 ກິດຈະການ ມີທຶນທັງໝົດ 496 ລ້ານໂດລາ, ໃນນີ້ທຶນຈົດທະບຽນ 52 ລ້ານໂດລາ ກິດຈະການສ່ວນໃຫຍ່ແມ່ນການປຸງແຕ່ງແຮ່ທາດ ເປັນຕົ້ນແມ່ນ ຫີນກາວ, ແຮ່ບາຣິດ, ປູກໄມ້ອຸດສະຫະກຳ, ຢາງພາລາ, ໂຮງ ງານປຸງແຕ່ງຜະລິດຕະພັນໄມ້, ບໍລິການຂົນສົ່ງ, ໂຮງແຮມ - ຮ້ານອາຫານ ແລະ ຈຳໜ່າຍເຄື່ອງອຸປະໂພກບໍລິໂພກທົ່ວໄປ ສະເພາະການປຸງແຕ່ງເກືອກາລີ ທີ່ເປັນບໍລິສັດຂອງກຸ່ມເຄມີ ສສ ຫວຽດນາມ ທີ່ໄດ້ລົງທຶນຢູ່ແຂວງຄຳມ່ວນ ແມ່ນຍັງບໍ່ທັນໄດ້ມີການດຳເນີນການຂຸດຄົ້ນເທື່ອ. ເພື່ອເປັນການພັດທະນາເສດຖະກິດ-ສັງຄົມຂອງແຂວງຄໍາມ່ວນ ໃນອານາຄົດ ແຂວງຄຳມ່ວນໄດ້ກຳນົດເຂດເພື່ອເປັນການດຶງດູດ ແລະ ສົ່ງເສີມການລົງທຶນ ເປັນຕົ້ນແມ່ນ ເຂດເສດຖະກິດພິເສດທ່າແຂກ (ຂົວມິດຕະພາບສາມ ຄຳມ່ວນ-ນະຄອນພະນົມ) ເຂດເສດຖະກິດພິເສດພູຂຽວ ແລະ ເຂດອຸດສາຫະກຳຫຼັງຄັງ ເຊິ່ງເໝາະສົມໃນການລົງທຶນທາງດ້ານອຸດສະຫະກຳປຸງແຕ່ງ, ການຄ້າ ແລະ ການບໍລິການ; ນອກນັ້ນ ແຂວງຄຳມ່ວນໄດ້ມີບັນຊີຮຽກການລົງທຶນ ທັງໝົດ 93 ກິດຈະການ ເຊັ່ນ: ດ້ານແຮ່ທາດ, ດ້ານກະສິກຳ, ດ້ານການພັດທະນາທ່ອງທ່ຽວ, ດ້ານບໍລິການ (ຕະຫຼາດ) ແລະ ໂຄງການລົງທຶນເກັບມ້ຽນສິ່ງເສດເຫຼືອ ພ້ອມທັງ ນະໂຍບາຍສົ່ງເສີມກິດຈະການຕາມຂະແໜງການ ທີ່ໄດ້ຮັບນະໂຍບາຍສົ່ງເສີມ ເປັນຕົ້ນ: ການນໍາໃຊ້ເຕັກໂນໂລຊີຂັ້ນສູງ-ທັນສະໄໝ, ກະສິກໍາສະອາດ-ປອດສານພິດ, ອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ, ອຸດສາຫະກໍາທ່ອງທ່ຽວ; ບໍລິການ-ພື້ນຖານໂຄງລ່າງ; ທະນາຄານ-ການເງິນ; ສູນການຄ້າທັນສະໄໝ ແລະ ສູນວາງສະແດງ-ຕະຫຼາດນັດ ລວມເຖິງນະໂຍບາຍສົ່ງເສີມຕາມເຂດພ້ອມດຽວກັນຍັງໄດ້ ເຊື້ອເຊີນ ບັນດາ ນັກທຸລະກິດທັງຫຼາຍ ຈົ່ງໄດ້ປຶກສາຄົ້ນຄວ້າ ຄວາມເປັນໄປໄດ້ໃນການລົງທຶນ ຢູ່ແຂວງຄຳມ່ວນ ໃນຂະແໜງການຕ່າງໆ ທີ່ໄດ້ສະເໜີມານັ້ນ. ພ້ອມທັງລາຍງານກ່ຽວກັບການກະກຽມສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ 2022, ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ, ທີ່ສໍາຄັນ ຍັງໄດ້ສະແດງໃຫ້ເຫັນ ການພົວພັນຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ແມ່ນການພົວພັນຮ່ວມມືທີ່ຫາຍາກ, ແມ່ນການພົວພັນຮ່ວມມືທີ່ຮ່ວມເປັນຮ່ວມຕາຍ, ຮ່ວມສຸກ-ຮ່ວມທຸກ, ເຂົ້າເມັດຫັກຜັກເສັ້ນໜຶ່ງ ກໍ່ແບ່ງ ປັນກັນກິນ. ແມ່ນການພົວພັນສາກົນໜຶ່ງດຽວໃນໂລກ ທີ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ປະທານ ໂຮ່ຈິມິນ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມອ້າຍນ້ອງໄດ້ນຳພາກໍ່ຕັ້ງ, ຖະນຸບຳລຸງ ເຊິ່ງຈະຕ້ອງໄດ້ພ້ອມກັນປົກປັກຮັກສາ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນອັນດີງາມ ຂອງ 2 ຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ພວກເຮົາຕະຫຼອດໄປ.

ໃນໂອກາດດຽວກັນການນໍາ ແຂວງຮ່າຕິງ ຍັງໄດ້ສະເໜີມາຍັງການນໍາ ແຂວງຄໍາມ່ວນ ໃນການສືບຕໍ່ ຊ່ວຍເຫຼືອ ສ້າງເງື່ອນໄຂ ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວດໍາເນີນທຸລະກິດ, ຕະຫຼອດເຖິງການດໍາລົງຊີວິດຂອງປະຊາຊົນ ແລະ ຊາວຜູ້ອອກແຮງງານ ທີ່ດໍາລົງຊີວິດຢູ່ແຂວງຄໍາມ່ວນ, ສືບຕໍ່ຊ່ວຍເຫຼືອໃຫ້ແກ່ທຸລະກິດດທັງສອງຝ່າຍໄດ້ເຂົ້າຮ່ວມໃນການວາງສະແດງສິນຄ້າ, ປະຊຸມແລກປ່ຽນບົດຮຽນ ດ້ານການຄ້າ, ສົ່ງເສີມການລົງທຶນ ນໍາພາການຈັດຕັ້ງປະຕິບັດໃຫ້ເປັນຮູປະທໍາ, ພ້ອມດຽວກັນນັ້ນບັນດາຄະນະຜູ້ແທນທັງສອງແຂວງຍັງໄດ້ແລກປ່ຽນບົດຮຽນຮ່ວມກັນຕາມແຕ່ລະຂະແໜງການ ແລະ ໃນຕອນທ້າຍກອງປະຊຸມ ຫົວໜ້າຄະນະຜູ້ແທນທັງສອງແຂວງຍັງໄດ້ມອບຂອງຂວັນໃຫ້ແກ່ກັນ ແລະ ກັນຕື່ມອີກ.