ວັນທີ່ 1 ຕຸລາ 2015: ກອງປະຊຸມເຊັນບົດບັນທືກຄວາມເຂົ້າໃຈລະຫວ່າງ ຄະນະກຳມະການແຫ່ງຊາດ ເພື່ອແກ້ໃຂລະເບີດບໍທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ກັບ ອົງການເກັບກູ້ລະເບີດແມັກ ປະຈຳລາວ ທີ່ນະຄອນຫລວງວຽງຈັນ, ຝ່າຍລາວຕາງໜ້າຄະນະກຳມະການແຫ່ງຊາດ ເພື່ອແກ້ໃຂລະເບີດບໍທັນແຕກທີ່ຕົກຄ້າງຢູ່ລາວແມ່ນ ທ່ານ ບູນເພັງ ຮອງຫົວໜ້າຫອ້ງການ ຄຊກລ ກັບ ທ່ານ ໄຊມອນເລ ຫົວໜ້າອົງການເກັບກູ້ລະເບີດແມັກ ປະຈຳລາວ, ຊ່ອງໜ້າເປັນສັກຂີພະຍານຂອງທ່ານ ສີສະຫວາດ ຮອງຫົວໜ້າກົມເອີລົບ-ອາເມລິກາ ກະຊວງການຕ່າງປະເທດລາວ, ທ່ານ ວັນນະວົງ ວົງພະຈັນ ຮອງຫົວໜ້າ ຫ້ອງວ່າການປົກຄອງແຂວງຄຳມ່ວນ
ບັນດາພະແນກທີ່ກ່ຽວຂ້ອງແຂວງຄຳມ່ວນ ແລະ ຕາງໜ້າອົງການປົກຄອງເມືອງບົວລະພາ, ໂດຍໄດ້ຮັບທືນຊ່ວຍເຫືລອຈາກກະຊວງການຕ່າງປະເທດ ນອກແວ ມີຈຳນວນ 537.000 $ ສະຫະຫລັດອາເມລິກາ, ໄລຍະປະຕິບັດແຕ່ວັນທີ່ 1 ຕຸລາ 2015-29 ກຸມພາ 2016, ຢູ່ເຂດຈຸດສຸມລັງຄັງ-ວັງມະເນີ 14 ບ້ານ ແລະ ຈະແລດ 16 ບ້ານ ເມືອງບົວລະພາ;.