ກິດຈະກຳ ແລ່ນຂ້າມຂອງ ນະຄອນພະນົມ–ຄຳມ່ວນ 2026” ເຊື່ອມສາຍສຳພັນມິດຕະພາບສອງຝັ່ງຂອງ
24/11/2026
ວັນທີ 8 ພະຈິກ 2026 ແຂວງນະຄອນພະນົມ ປະເທດໄທ ໄດ້ຈັດກິດຈະກໍາ “ແລ່ນຂ້າມຂອງ ນະຄອນພະນົມ–ຄຳມ່ວນ 2026 ພາຍໃຕ້ແນວຄິດ “ໜຶ່ງສາຍນໍ້າ ສອງແຜ່ນດິນ” ຫຼື ONE RIVER, TWO NATIONS” ເພື່ອສົ່ງເສີມການທ່ອງທ່ຽວດ້ານກິລາ, ສ້າງເສີມສຸຂະພາບ ແລະ ກະຊັບສາຍສຳພັນອັນດີລະຫວ່າງປະຊາຊົນສອງຝັ່ງແມ່ນ້ຳຂອງ.
ເຂົ້າຮ່ວມເປັນປະທານໃນພິທີເປີດງານມີ ທ່ານ ວາທີ່ພັນຕີ ອະດິສັກ ນ້ອຍສຸວັນ ຜູ້ວ່າຣາຊະການຈັງຫວັດນະຄອນພະນົມ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ພ້ອມດ້ວຍບັນດາການນໍາຈາກພາກລັດ, ພາກເອກະຊົນ ແລະ ນັກແລ່ນທັງສອງແຂວງ ເຂົ້າຮ່ວມຢ່າງຄຶກຄື້ນ.
ກິດຈະກຳຄັ້ງນີ້ຈັດຂຶ້ນພາຍໃຕ້ແນວຄິດ “ໜຶ່ງສາຍນ້ຳ ສອງແຜ່ນດິນ” ໂດຍ ນຳໃຊ້ກິລາເປັນສື່ກາງເຊື່ອມໂຍງມິດຕະພາບ ແລະ ຄວາມສຳພັນລະຫວ່າງແຂວງນະຄອນພະນົມ ປະເທດໄທ ກັບ ແຂວງຄຳມ່ວນ ສປປ ລາວ ພ້ອມທັງເຜີຍແຜ່ສະເໜ່ການທ່ອງທ່ຽວລຽບຕາມສາຍແມ່ນ້ຳຂອງ ຜ່ານປະສົບການການແລ່ນເທິງເສັ້ນທາງທີ່ເຊື່ອມຕໍ່ກັບຂົວມິດຕະພາບໄທ–ລາວ ແຫ່ງທີ 3 ນະຄອນພະນົມ–ຄຳມ່ວນ ຊຶ່ງເປັນຈຸດເດັ່ນສຳຄັນຂອງງານ ເປີດໂອກາດໃຫ້ນັກແລ່ນໄດ້ສຳຜັດກັບບັນຍາກາດ ແລະ ທິວທັດອັນເປັນເອກະລັກຂອງສອງປະເທດ.
ສຳລັບການແຂ່ງຂັນແບ່ງອອກເປັນ 3 ປະເພດ ຄື: ຮາຟມາຣາທອນ ໄລຍະທາງ 21,1 ກິໂລແມັດ, ມິນິມາຣາທອນ 10 ກິໂລແມັດ ແລະ ຟັນຣັນ 5 ກິໂລແມັດ. ໂດຍມີຈຸດປ່ອຍຕົວ ແລະ ເສັ້ນໄຊຢູ່ບໍລິເວນເດີ່ນຈອດລົດບັນທຸກ ດ່ານຊາຍແດນໄທ–ລາວ ແຂວງນະຄອນພະນົມ.
ນອກຈາກຈະເປັນກິດຈະກຳກິລາທີ່ສ້າງປະສົບການໃໝ່ໃຫ້ແກ່ນັກແລ່ນແລ້ວ ຍັງເປັນກົນໄກສຳຄັນໃນການກະຕຸ້ນເສດຖະກິດ ແລະ ການທ່ອງທ່ຽວຂອງແຂວງນະຄອນພະນົມ ໂດຍຊ່ວຍສ້າງໂອກາດໃຫ້ຜູ້ປະກອບການໂຮງແຮມ, ທີ່ພັກ, ຮ້ານອາຫານ, ຮ້ານກາເຟ ແລະ ຮ້ານຄ້າຊຸມຊົນ ໄດ້ຮັບປະໂຫຍດຈາກການເດີນທາງຂອງນັກແລ່ນ ແລະ ນັກທ່ອງທ່ຽວ ພ້ອມທັງຕໍ່ຍອດການສ້າງລາຍຮັບ ແລະ ກະຈາຍເງິນສູ່ເສດຖະກິດຮາກຖານ.

