ເລຂາພັກແຂວງຄໍາມ່ວນ ລົງຕິດຕາມສະພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບ 50 ລ້ານກີບ ສະໜັບສະໜູນບູລະນະສ້ອມແປງ
24/11/2026
ຕອນແລງວັນທີ 16 ພະຈິກ 2026, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຮງຮຽນ ມ.ປາຍທ່າແຂກ, ຕັ້ງຢູ່ເທສະບານ ເມືອງທ່າແຂກ ມີອາຄານຮຽນ 3 ຫຼັງ, ລວມ 20 ຫ້ອງຮຽນ ຊຶ່ງໄດ້ນໍາໃຊ້ມາເປັນເວລາຫຼາຍປີ ເຮັດໃຫ້ປັດຈຸບັນມີສະພາບຊຸດໂຊມຫຼາຍຈຸດ ເຊັ່ນ: ຫຼັງຄາຮົ່ວ ລະບົບໄຟຟ້າ ແລະ ສ່ວນປະກອບອື່ນໆ ທີ່ຈໍາເປັນຕ້ອງສ້ອມແປງ.
ໂອກາດນີ້ ທ່ານເລຂາພັກແຂວງຄໍາມ່ວນໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງສໍາຫຼວດ ແລະ ປະເມີນມູນຄ່າການສ້ອມແປງຢ່າງລະອຽດ ໂດຍສະເພາະອາຄານຮຽນຫຼັງທີ່ຕ້ອງການສ້ອມແປງກ່ອນ ເພື່ອສະເໜີລະດົມທຶນມາບູລະນະປັບປຸງໃຫ້ມີສະພາບດີຂຶ້ນ. ພ້ອມທັງເນັ້ນໃຫ້ປັບປຸງພູມສັນຖານ ແລະ ສິ່ງແວດລ້ອມໂຮງຮຽນໃຫ້ສະອາດ ສວຍງາມ.
ພ້ອມນີ້, ຕາງໜ້າແຂວງຄໍາມ່ວນ ຍັງໄດ້ມອບເງິນຈໍານວນ 50 ລ້ານກີບ ໃຫ້ແກ່ໂຮງຮຽນ ເພື່ອເປັນທຶນປະກອບສ່ວນໃນການບູລະນະສ້ອມແປງ, ທັງນີ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມຫ່ວງໃຍຂອງການນໍາແຂວງຕໍ່ວຽກງານສຶກສາ ໂດຍມຸ່ງໝັ້ນປັບປຸງສະພາບແວດລ້ອມການຮຽນຮູ້ໃຫ້ມີຄວາມໝັ້ນຄົງ ແລະ ເອື້ອອໍານວຍຕໍ່ການສິດສອນ ແລະ ການຮຽນຂອງຄູ-ນັກຮຽນ.

