ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເຂົ້າພົບປະຢ້ຽມຢາມທ່ານເລຂາພັກແຂວງຄໍາມ່ວນ

24/11/2026

ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເຂົ້າພົບປະຢ້ຽມຢາມທ່ານເລຂາພັກແຂວງຄໍາມ່ວນ

ໃນລະຫວ່າງວັນທີ 11 – 13 ພະຈິກ 2026 ໂອກາດເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນຂອງທ່ານ ນາງ ພອນທິບ ສາວະລີ ຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດພ້ອມດ້ວຍຄະນະເພື່ອຮ່ວມວຽກງານຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານໄອຍະການປະຊາຊົນແຂວງຄໍາມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງບໍລິຄໍາໄຊ, ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການດໍາເນີນຄະດີຕາມຂະບວນຍຸຕິທໍາຢູ່ທີ່ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ທ່ານພ້ອມດ້ວຍຄະນະກໍ່ໄດ້ຖືໂອກາດນີ້ເຂົ້າພົບປະຢ້ຽມຢາມທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ , ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນເຊິ່ງທ່ານເລຂາພັກແຂວງກໍ່ໄດ້ກ່າວສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ທາງອົງການໄອຍະການປະຊາຊົນສູງສຸດໄດ້ນໍາເອົາບົດຮຽນອັນມີຄຸນຄ່າ ແລະ ປະສົບການຕົວຈິງມາຖ່າຍທອດໃຫ້ແກ່ອົງການໄອຍະການປະຊາຊົນ 3 ແຂວງພາກກາງ, ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການດໍາເນີນຄະດີຕາມຂະບວນຍຸຕິທໍາ ພ້ອມທັງອວຍພອນໃຫ້ທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດພ້ອມດ້ວຍຄະນະທີ່ມາເຄື່ອນໄຫວປະຕິບັດວຽກງານຢູ່ແຂວງຄໍາມ່ວນຈົ່ງປະສົບຜົນສໍາເລັດຕາມລະດັບຄາດໝາຍ.
ພ້ອມກັນນັ້ນທ່ານ ນາງ ພອນທິບ ສາວະລີ ຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ການນໍາຂອງແຂວງຄວາມຄໍາມ່ວນທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ , ຕະຫຼອດເຖິງການຊຸກຍູ້ວຽກງານອົງການໄອຍະການປະຊາຊົນໄດ້ມີການເຄື່ອນໄຫວຕາມຂອບເຂດ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ພ້ອມກັນນັ້ນທ່ານຍັງໄດ້ແຈ້ງຈຸດປະສົງຂອງການມາເຄື່ອນໄຫວວຽກງານໃນຄັ້ງນີ້ອີກດ້ວຍ .

 

ແຈ້ງການ
ເຊື່ອມໂຍງເວັບໄຊ
ສະຖານທີ່ທ່ອງທ່ຽວທາງວັດທະນະທຳ
ຕິດຕາມຂ່າວສານເມືອງຜ່ານສື່ອອນລາຍ