ແຂວງຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງ

24/11/2026

ແຂວງຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງ

ພິທີປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງ ຂອງແຂວງຄໍາມ່ວນໄດ້ຈັດຂື້ນ ໃນວັນທີ6 ພະຈິກ 2026 ທີ່ຫໍປະຊຸມໃຫຍ່ຫຼັກ4, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກພະນັກງານ. ມີຫົວໜ້າ, ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງທ່າແຂກ, ຕະຫຼອດຮອດຕາງໜ້າພະແນກການອ້ອມຂ້າງແຂວງ ແລະ ຂະແໜງການຂັ້ນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີຕາງໜ້າຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງແຂວງ ເລກທີ 583; 514; 626/ຄປຂ ແລະ ມະຕິຕົກລົງ ເລກທີ135/ຄປຈ,ຄມ. ຕົກລົງ: ແຕ່ງຕັ້ງ ທ່ານ ທອງຄໍາ ສາຍສຳພັນ ກຳມະການພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ ທ່າແຂກ ເປັນ ຮອງຫົວໜ້າພະແນກການເງິນແຂວງຄໍາມ່ວນ. ແຕ່ງຕັ້ງ ທ່ານ ພັທ ສາຍເງິນ ອິນທະວົງ ຄະນະພັກກອງບັນຊາການ ປກສ ແຂວງຄໍາມ່ວນ, ຜູ້ອໍານວຍການບໍລິສັດ ຮັກສາຄວາມປອດໄພ ແຂວງຄໍາມ່ວນ ເປັນ ຮອງປະທານ ຄະນະກຳມະການ ປົກຄອງເມືອງທ່າແຂກ, ທັງບົ່ງຕົວແຕ່ງຕັ້ງ ໍເປັນກຳມະການຄະນະບໍລິຫານງານພັກເມືອງທ່າແຂກ ແລະ ແຕ່ງຕັ້ງ ທ່ານ ແສງໄຊ ພົມມະຈັກ ກຳມະການໜ່ວຍພັກ, ຫົວໜ້າຂະແໜງຄຸ້ມຄອງຊາຍແດນແຫ່ງຊາດ, ພະແນກການຕ່າງປະເທດແຂວງຄໍາມ່ວນ ເປັນ ຮອງຫົວໜ້າພະແນກການຕ່າງປະເທດແຂວງຄໍາມ່ວນ.
ໂອກາດດັ່ງກ່າວພິທີຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ -ວຽກພັກພະນັກງານ, ໂດຍທ່ານໄດ້ກ່າວວ່າ: ການສັບຊ້ອນດັ່ງກ່າວ ແມ່ນຄວາມຮຽກຮ້ອງຕ້ອງການອັນຈໍາເປັນ ເພື່ອປັບປຸງກົນໄກການນໍາພາໃຫ້ເຂັ້ມແຂງ ແລະ ສ້າງໂອກາດໃຫ້ພະນັກງານໄດ້ພັດທະນາຕົນເອງ. ທັງໄດ້ເນັ້ນໜັກໃນບາງບັນຫາສໍາຄັນເປັນຕົ້ນ: ກ່ຽວກັບຄວາມຮັບຜິດຊອບລວມ ຈົ່ງມີຄວາມເປັນເອກະພາບດ້ານແນວຄິດ ໃຫ້ຖືວ່າການຍົກຍ້າຍ-ແຕ່ງຕັ້ງແມ່ນວຽກປົກກະຕິຂອງການຈັດຕັ້ງ, ບໍ່ແມ່ນຄວາມບົກຜ່ອງ. ໃຫ້ຝຶກຝົນຫຼໍ່ຫຼອມຕົນເອງ ຍົກສູງຄຸນສົມບັດສິນທຳປະຕິວັດ, ເຄົາລົບກົດໝາຍ ແລະ ເອົາໃຈໃສ່ສ້າງ "ຄວາມສາມັກຄີ" ໃຫ້ເປັນຮູບປະທຳ ເຊິ່ງເປັນປັດໄຈຕັດສິນທຸກຜົນງານ. ສ່ວນດ້ານໜ້າວຽກຈຸດສຸມຕາມຂະແໜງການ: ໄດ້ຊີ້ນໍາໃຫ້ຮອງພະແນກການເງິນແຂວງ ເອົາໃຈໃສ່ເກັບລາຍຮັບ (ພາສີ, ອາກອນ, ຄ່າທຳນຽມ...) ໃຫ້ຖືກຕ້ອງ, ຄົບຖ້ວນ, ທັນກຳນົດ ແລະ ໃຫ້ເກີນແຜນ. ຄຸ້ມຄອງລາຍຈ່າຍໃຫ້ໂປ່ງໃສ, ປະຢັດ ແລະ ມີປະສິດທິພາບ ຕາມກົດໝາຍງົບປະມານ. ຄຸ້ມຄອງຊັບສິນຂອງລັດ, ລະບົບຄັງເງິນທັນສະໄໝ, ຕ້ານການຮົ່ວໄຫຼ ແລະ ການສໍ້ລາດບັງຫຼວງ. ສໍາລັບພະແນກການຕ່າງປະເທດແຂວງ: ໃຫ້ເອົາໃຈໃສ່ນໍາພາຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດ ແລະ ຄຸ້ມຄອງການເຄື່ອນໄຫວຂອງຄົນຕ່າງປະເທດໃຫ້ຖືກລະບຽບ, ພົວພັນຮ່ວມມືກັບແຂວງເພື່ອນບ້ານ (ຫວຽດນາມ, ໄທ) ເພື່ອສົ່ງເສີມເສດຖະກິດ, ການຄ້າ, ການທ່ອງທ່ຽວ ແລະ ປົກປັກຮັກສາເສັ້ນຊາຍແດນ, ອຳນວຍຄວາມສະດວກດ້ານພິທີການ, ວີຊາ ແລະ ວຽກງານຕ່າງປະເທດຢ່າງເປັນມືອາຊີບ. ສ່ວນຄະນະກຳມະການປົກຄອງເມືອງທ່າແຂກ: ໃຫ້ເອົາໃຈໃສ່ໃນການນໍາພາຈັດຕັ້ງປະຕິບັດກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພັດທະນາຕົວເມືອງ, ຍົກລະດັບການບໍລິການສາທາລະນະ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ດຶງດູດການລົງທຶນ, ເອົາໃຈໃສ່ແກ້ໄຂຄວາມທຸກຍາກ ແລະ ສ້າງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ພ້ອມນັ້ນ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະນຳຂອງພະແນກ ແລະ ເມືອງທີ່ກ່ຽວຂ້ອງ ຈົ່ງໃຫ້ການສະໜັບສະໜູນ, ສ້າງເງື່ອນໄຂ ແລະ ຮ່ວມມືຢ່າງໃກ້ຊິດ ເພື່ອໃຫ້ຜູ້ ທີ່ມາຮັບໜ້າທີ່ໃໝ່ ສາມາດປະຕິບັດໜ້າທີ່ຢ່າງມີປະສິດທິພາບ.

 

ແຈ້ງການ
ເຊື່ອມໂຍງເວັບໄຊ
ສະຖານທີ່ທ່ອງທ່ຽວທາງວັດທະນະທຳ
ຕິດຕາມຂ່າວສານເມືອງຜ່ານສື່ອອນລາຍ