ປຶກສາຫາລື ກ່ຽວກັບການກະກຽມວຽກງານສ້າງຕັ້ງເມືອງທ່າແຂກໃຫ້ກາຍເປັນນະຄອນທ່າແຂກ.
24/11/2026
ໃນວັນທີ 4 ພະຈິກ 2026 ຢູ່ທີ່ຫ້ອງວ່າການແຂວງຄຳມ່ວໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມວຽກງານສ້າງຕັ້ງເມືອງທ່າແຂກ ໃຫ້ກາຍເປັນນະຄອນທ່າແຂກ ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄຳ ຮອງປະ ທານຄະນະກຳມະການປົກຄອງແຂວງຄຳມ່ວນ, ມີທ່ານ ຄໍາໝັ້ນ ສໍປະເສີດ ເລຂາຄະນະບໍລິຫານງານພັກເມືອງທ່າແຂກ, ມີບັນດາຄະນະປະທານຄະນະກໍາມະການປົກຄອງເມືອງ, ຄະນະກໍາມະການປົກຄອງຕາແສງ ແລະ ບັນດາຄະນະຮັບຜິດ ຊອບທີ່ກ່ຽວຂ້ອງຂັ້ນພະແນກການ, ຂັ້ນເມືອງ ເຂົ້າຮ່ວມ.
ທ່ານ ດອນຄຳ ແສງດາວົງ ຮອງປະທານຄະນະກຳມະການປົກຄອງເມືອງທ່າແຂກ ກໍ່ໄດ້ຜ່ານຮ່າງແຜນດຳເນີນງານສ້າງຕັ້ງເມືອງທ່າແຂກໃຫ້ກາຍເປັນນະຄອນທ່າແຂກ ພ້ອມທັງປຶກສາຫາລືກ່ຽວກັບບັນດາເງື່ອນໄຂ ແລະ ມາດຖານທີ່ຈຳ ເປັນໃນການຍົກລະດັບເມືອງໃຫ້ເປັນນະຄອນ ເພື່ອໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ. ການສ້າງຕັ້ງນະຄອນທ່າແຂກ ຖືເປັນບາດກ້າວອັນສຳຄັນ ໃນການສົ່ງເສີມທ່າແຮງດ້ານເສດຖະກິດ, ການຄ້າ, ການບໍລິການ ແລະ ການທ່ອງທ່ຽວ ໃຫ້ມີການຂະຫຍາຍຕົວຢ່າງກ້າວກະໂດດ. ເຊິ່ງຜູ້ເຂົ້າຮ່ວມໄດ້ສຸມໃສ່ປຶກສາຫາລືໃນຫຼາຍບັນຫາສຳຄັນ ເປັນ ຕົ້ນແມ່ນ: ການວາງຜັງເມືອງໃຫ້ມີຄວາມທັນສະໄໝ ແລະ ຍືນຍົງ, ການພັດທະນາໂຄງລ່າງພື້ນຖານໃຫ້ໄດ້ມາດ ຕະຖານ, ການປັບປຸງລະບົບການບໍລິຫານລັດໃຫ້ມີຄວາມເຂັ້ມແຂງ, ວ່ອງໄວ ແລະ ໂປ່ງໃສ, ລວມໄປເຖິງການເອົາໃຈໃສ່ດ້ານການປົກປັກຮັກສາສິ່ງແວດລ້ອມ ແລະ ການອະນຸລັກຮັກສາເອກະລັກວັດທະນະທຳອັນດີງາມໃຫ້ຄົງຢູ່ຄູ່ກັບການພັດທະ ນາທີ່ທັນສະໄໝ. ໃນຕອນທ້າຍ ປະທານກອງປະຊຸມໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ໃນການເກັບກຳຂໍ້ມູນ, ສັງລວມເອກະສານດ້ານຕ່າງໆ ໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມຂັ້ນຕອນທີ່ກົດໝາຍກຳນົດ. ພ້ອມດຽວກັນນັ້ນກໍ່ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ພ້ອມກັນເປັນເຈົ້າການໃນການປະກອບສ່ວນພັດທະນາຕົວເມືອງ ເພື່ອກຽມຄວາມພ້ອມໃນທຸກດ້ານ ກ້າວໄປສູ່ການເປັນນະຄອນທ່າແຂກ ທີ່ມີຄວາມຈະເລີນຮຸ່ງເຮືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບ ຮຽບຮ້ອຍ.

