ປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

24/11/2026

ປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ຢູ່ທີ່ສະໂມສອນ 21 ມີນາ ( ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ) ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ( ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ,ວຽກງານພັກ - ພະນັກງານ ) , ເຂົ້າຮ່ວມມີບັນດາທ່ານໃນຄະນະພະແນກສາທາລະນະສຸກແຂວງ, ຕາງໜ້າຈາກກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ , ຫົວໜ້າຫ້ອງການສາທາລະນະສຸກ 10 ຕົວເມືອງ, ຕະຫຼອດເຖິງພະນັກງານ-ລັດຖະກອນຈາກບັນດາຂະແໜງການພາຍໃນຂົງເຂດສາທາລະນະສຸກແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມໄດ້ຜ່ານບົດລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານຮອບດ້ານ 09 ເດືອນຜ່ານມາ ແລະ ທິດທາງແຜນການ 03 ເດືອນທ້າຍປີ 2026 , ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງສາທາລະນະສຸກສະບັບເລກທີ 2715 / ສທ ,ລົງວັນທີ 13 ຕຸລາ 2026 ວ່າດ້ວຍການຍົກຍ້າຍພະນັກງານ-ລັດຖະກອນໄປຮັບໜ້າທີ່ໃໝ່ຢູ່ທ້ອງຖິ່ນ ໃນນີ້ໄດ້ຕົກລົງຍົກຍ້າຍທ່ານ ດຣ. ສາຄອນ ສຸເທບມະນີ ຮັກສາການຫົວໜ້າສູນຄວບຄຸມວັນນະໂລກ ກະຊວງສາທາລະນະສຸກໄປຮັບໜ້າທີ່ໃໝ່ຢູ່ແຂວງຄໍາມ່ວນ, ຜ່ານຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ ສະບັບເລກທີ 600 / ຄປຂ , ລົງວັນທີ 29 ກັນຍາ 2026 ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ໃນນີ້ໄດ້ຕົກລົງແຕ່ງຕັ້ງທ່ານ ດຣ. ສາຄອນ ສຸເທບມະນີ ຮັກສາການຫົວໜ້າສູນຄວບຄຸມວັນນະໂລກ ກະຊວງສາທາລະນະສຸກ ເປັນຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ , ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງຄໍາມ່ວນ ສະບັບເລກທີ 152/ ຄປຈ.ຄມ , ລົງວັນທີ 03 ພະຈິກ 2026 ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງຄໍາມ່ວນ ໃນນີ້ໄດ້ມີມະຕິຕົກລົງບົ່ງຕົວແຕ່ງຕັ້ງສະຫາຍ ດຣ. ສາຄອນ ສຸເທບມະນີ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ເປັນເລຂາຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງ .
ໃຫ້ກຽດມອບຂໍ້ຕົກລົງພ້ອມດ້ວຍຊໍ່ດອກໄມ້ໃຫ້ແກ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າພະແນກສາທາລະນະສຸກແຂວງຜູ້ໃໝ່ ແລະ ມອບຂອງຂວັນໃຫ້ແກ່ຫົວໜ້າພະແນກສາທາລະນະສຸກແຂວງຜູ້ເກົ່າໂດຍທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ( ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ,ວຽກງານພັກ - ພະນັກງານ ) .
ໃນພິທີກໍ່ໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການລະຫວ່າງທ່ານ ດຣ. ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນຜູ້ເກົ່າ ແລະ ທ່ານ ດຣ. ສາຄອນ ສຸເທບມະນີ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນຜູ້ໃໝ່ .
ໃນຕອນທ້າຍພິທີຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຈາກທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງເຊິ່ງທ່ານໄດ້ຕາງໜ້າໃຫ້ແກ່ຄະນະບໍລິຫານງານພັກແຂວງ, ຄະນະກໍາມະການປົກຄອງແຂວງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການນໍາພາ-ຊີ້ນໍາຂອງຫົວໜ້າພະແນກຜູ້ເກົ່າເຊິ່ງໃນຕະຫຼອດໄລຍະເວລາການເຄື່ອນໄຫວປະຕິບັດໜ້າທີ່ວຽກງານທີ່ຜ່ານມາທ່ານ ດຣ ແກ່ນຈັນ ທອງສະຫວັດ ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້-ຄວາມສາມາດ ແລະ ມີຄວາມຮັບຜິດຊອບສູງ ຕໍ່ກັບວຽກງານສາທາລະນະສຸກແຂວງຄຳມ່ວນ. ທ່ານໄດ້ຄຽງບ່າຄຽງໄຫຼ່ກັບຄະນະພັກ, ຄະນະພະແນກ ແລະ ເປັນຜູ້ນຳພາພະນັກງານ-ລັດຖະກອນ, ມີຜົນງານ ແລະ ບຸນຄຸນຫຼາຍອັນ ໃນການພັດທະນາວຽກງານສາທາລະນະສຸກພາຍໃນແຂວງເປັນຕົ້ນ: ການບໍລິການປິນປົວ-ຮັກສາສຸຂະພາບຂອງປະຊາຊົນ ເຮັດໃຫ້ວຽກງານສາທາລະນະສຸກແຂວງມີການຂະຫຍາຍຕົວ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກສັງຄົມພໍສົມຄວນ ແລະ ພ້ອມກັນນັ້ນກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະແດງຄວາມອວຍພອນອັນອົບອຸ່ນຕໍ່ທ່ານ ດຣ. ສາຄອນ ສຸເທບມະນີ ທີ່ໄດ້ຮັບຄວາມໄວ້ວາງໃຈ, ຄວາມເຊື່ອໝັ້ນ ຈາກກະຊວງສາທາລະນະສຸກ, ຄະນະປະຈຳພັກແຂວງ ແລະ ຄະນະກໍາມະການປົກຄອງແຂວງ ໃຫ້ທ່ານດຳລົງຕຳແໜ່ງເປັນ ຫົວໜ້າພະແນກສາທາລະນະສຸກແຂວງຄຳມ່ວນ.
ການໄດ້ຮັບຕຳແໜ່ງໃໝ່ໃນຄັ້ງນີ້ ບໍ່ພຽງແຕ່ເປັນກຽດອັນສູງສົ່ງ, ແຕ່ຍັງແມ່ນ ພາລະບົດບາດ ແລະ ຄວາມຮັບຜິດຊອບອັນໜັກໜ່ວງ ທີ່ພັກ, ລັດ ແລະ ປະຊາຊົນ ມອບໝາຍໃຫ້ . ເພື່ອເຮັດໃຫ້ການນໍາພາ-ຊີ້ນຳ ວຽກງານສາທາລະນະສຸກແຂວງ ໃຫ້ມີຄວາມຕໍ່ເນື່ອງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ . ພ້ອມກັນນັ້ນທ່ານຍັງໄດ້ມີທິດທາງ ແລະ ຂໍ້ຄິດເຫັນໃຫ້ຫົວໜ້າພະແນກສາທາລະນະສຸກແຂວງຄຳມ່ວນຜູ້ໃໝ່ນໍາໄປຈັດຕັ້ງປະຕິບັດຄື : ຂໍໃຫ້ບັນດາສະຫາຍ ສະມາຊິກພັກ-ພະນັກງານ ລັດຖະກອນ ພາຍໃນພະແນກສາທາລະນະສຸກແຂວງ ເອກະພາບນຳການຕົກລົງຂອງຂັ້ນເທິງ ໃນການປັບປຸງກົງຈັກການຈັດຕັ້ງ ເປັນວຽກປົກກະຕິຂອງວຽກພະນັກງານ ; ໃຫ້ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນອັນໜຶ່ງອັນດຽວກັນ ພາຍໃນຄະນະພັກ, ພະແນກ, ຂະແໜງການ ແລະ ພະນັກງານທຸກສະຫາຍ, ຍຶດຖືຫຼັກການ "5 ຫຼັກການ 3 ທິດນໍາຂອງພັກ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ" ແລະ ຫຼັກການລວມສູນປະຊາທິປະໄຕ ຢ່າງເຄັ່ງຄັດ ; ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ແພດ-ໝໍ ທຸກທ່ານ ໃຫ້ມີຈັນຍາບັນປະຈຳອາຊີບ, ມີຄວາມສຸພາບຮຽບຮ້ອຍ, ເອົາໃຈໃສ່ເບິ່ງແຍງ ແລະ ບໍລິການປະຊາຊົນດ້ວຍຄວາມຈິງໃຈຄື: "ເປັນແພດດີ, ໝໍເກັ່ງ, ບໍລິການດ້ວຍຮອຍຍິ້ມ ແລະ ເອົາໃຈໃສ່ປະຊາຊົນ"; ເອົາໃຈໃສ່ປັງປຸງ ແລະ ຍົກລະດັບດ້ານວິຊາການ, ເຕັກໂນໂລຊີຢູ່ໂຮງໝໍແຂວງ, ສາທາລະນະສຸກຊຸມຊົນ, ການປ້ອງກັນພະຍາດ ແລະ ການບໍລິການການແພດໃຫ້ທົ່ວເຖິງ, ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ ; ເອົາໃຈໃສ່ພົວພັນ ແລະ ປະສານງານກັບບັນດາພະແນກການ ອ້ອມຂ້າງແຂວງ ແລະ ບັນດາເມືອງ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ດຳເນີນໄປຢ່າງມີປະສິດທິພາບ ; ເອົາໃຈໃສ່ໃນການປັບປຸງກົງຈັກການຈັດຕ້ງພັກ-ລັດ ແລະ ຂະແໜງການຕ່າງໆ, ໂຮງຮຽນ, ໂຮງໝໍ ໃຫ້ສາມາດເຄື່ອນໄຫວຕາມພາລະບົດບາດຂອງຕົນ ; ເພີ່ມທະວີໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນວິທີນຳພາ-ວິທີເຮັດວຽກ ແລະ ການປະຕິບັດໜ້າທີ່ການເມືອງ ; ໃນການປະຕິບັດໜ້າທີ່ວຽກງານ ໃຫ້ເອົາໃຈໃສ່ແບບແຜນວິທີນຳພາ, ແບບແຜນວິທີເຮັດວຽກ, ແບ່ງວຽກ, ແຜນການ, ສະຫຼຸບ, ລາຍງານ, ຊຸກຍູ້ ແລະ ຕິດຕາມ ກວດກາປົກກະຕິ, ເຕົ້າໂຮມຄວາມສາມັກຄີ, ຕ້ານການສ້າງກຸ່ມກ້ອນ ; ໃຫ້ເອົາໃຈໃສ່ຄຸ້ມຄອງພະນັກງານ ທາງດ້ານຈໍານວນ, ປະຫວັດການເຄື່ອນໄຫວ, ປັບປຸງສັບຊ້ອນ, ການບັນຈຸໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານ ໃຫ້ຫຼາຍຂຶ້ນ, ປະເມີນຜົນພະນັກງານ-ລັດຖະກອນ ປະຈໍາປີ, ຜູ້ດີຍ້ອງຍໍ, ຜູ້ບໍ່ຫ້າວຫັນສຶກສາອົບຮົມ, ຜູ້ລະເມີດລະບຽບລັດຖະກອນ ໃຫ້ເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດ ; ຮ່າງແຜນບໍາລຸງສ້າງ, ຈັດວາງພະນັກງານແພດໝໍ ໃຫ້ເໝາະສົມ, ສົ່ງເສີມການນໍາໃຊ້ເຕັກໂນໂລຊີອັນໃໝ່ ; ຄຸ້ມຄອງ, ກວດກາ ແລະ ຕິດຕາມການເຄື່ອນໄຫວ ການບໍລິການວຽກງານສາທາລະນະສຸກຂອງພາກລັດ-ເອກະຊົນ, ຮ້ານຂາຍຢາໃຫ້ຖືກຕ້ອງຕາມລະບຽບກົດໝາຍ; ນໍາພາ-ຊີ້ນໍາ ເຝົ້າລະວັງ, ປ້ອງກັນ, ຄວບຄຸມ ການແຜ່ລະບາດຂອງພະຍາດຕິດຕໍ່, ສົ່ງເສີມໂພຊະນາການ, ສຸຂະພາບແມ່ ແລະ ເດັກ, ການສະໜອງນໍ້າສະອາດ ແລະ ການຮັກສາອະນາໄມສາມສະອາດ.

 

ແຈ້ງການ
ເຊື່ອມໂຍງເວັບໄຊ
ສະຖານທີ່ທ່ອງທ່ຽວທາງວັດທະນະທຳ
ຕິດຕາມຂ່າວສານເມືອງຜ່ານສື່ອອນລາຍ