
ພິທີສະຫຼຸບຜົນສຳເລັດໃນການເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ 2022 ຂອງແຂວງຄຳມ່ວນ ແມ່ນໄດ້ຈັດຂຶ້ນໃນວັນທີ ວັນທີ 24 ທັນວາ 2022 ໂດຍໄດ້ເລີ່ມຈາກການແຫ່ຂະບວນ ຄະນະນຳ, ຄູຝຶກ ແລະ ນັກກິລາທີ່ໄດ້ຮັບຫຼຽນຄຳ, ຫຼຽນເງິນ ແລະ ຫຼຽນທອງ ເຊິ່ງເລີ່ມຕົ້ນແຫ່ຈາກອະນຸສອນປະທານສຸພານຸວົງ ອ້ອມເທສະບານເມືອງທ່າແຂກ ລົງຮອດບ້ານມ່ວງສຸມ ແລ້ວເຂົ້າກາບໄຫວ້ສັກກາລະບູຊາ ພຣະທາດສີໂຄດຕະບອງ ຈາກນັ້ນກັບຂຶ້ນມາເຂົ້າພິທີສະຫຼຸບທີ່ຫ້ອງປະຊຸມໃຫຍ່ ຫຼັກ 4.

ເຂົ້າຮ່ວມໃນພິທີສະຫຼຸບ ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ ປະທານສະມາຄົມ-ສະຫະພັນ ກິລາ-ກາຍະກຳ ແຂວງຄຳມ່ວນ, ມີບັນດາທ່ານການນຳຂອງແຂວງ, ຫົວໜ້າພະແນກການ, ການນຳຂັ້ນເມືອງ, ພະນັກງານອາວຸໂສບຳນານ, ບັນດາບໍລິສັດຜູ້ອຸປະຖໍາ ຕະຫຼອດເຖິງຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ໄດ້ສະຫຼຸບຜົນການເຂົ້າຮ່ວມແຂ່ງຂັນ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຫຼືຊຽງຂວາງເກມ 2022 ວ່າ: ງານມະຫາກໍາກິລາແຫ່ງຊາດ ແມ່ນການແຂ່ງຂັນກິລາພາຍໃນປະເທດ ເຊິ່ງຈັດຂຶ້ນທຸກໆ 3 ປີ ເພື່ອສ້າງ ແລະ ຊຸກຍູ້ຂະບວນກິລາ-ກາຍະກຳ ໃຫ້ມີຄວາມເຂັ້ມແຂງ, ປຸກລະດົມມະຫາຊົນໃຫ້ເຂົ້າຮ່ວມງານກິລານັບມື້ໃຫ້ຫຼາຍຂຶ້ນ ທັງເປັນການເສີມສ້າງສຸຂະພາບ, ມິດຕະພາບ, ການພັດທະນາ ແລະ ການຮ່ວມມືຂອງປວງຊົນລາວບັນດາເຜົ່າ, ແມ່ນການແຂ່ງຂັນເພື່ອເປີດໂອກາດໃຫ້ນັກກິລາໄດ້ແຂ່ງຂັນຕົວຈິງ ເພື່ອສ້າງຄວາມດີເດັ່ນໃນວົງການກິລາ-ກາຍະກຳ ສະເພາະບຸກຄົນ ແລະ ລວມໝູ່ ໃນການຍາດຊີງຫຼຽນປະເພດຕ່າງໆ ເຊິ່ງໄດ້ສ້າງຊື່ສຽງ, ກຽດຕິຍົດສັກສີ ສ່ວນບຸກຄົນ ແລະ ລວມໝູ່, ກົມກອງ ແລະ ທ້ອງຖິ່ນ ໃຫ້ມີຄວາມໂດດເດັ່ນຂຶ້ນ ໃນວົງການກິລາແຫ່ງຊາດ. ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ແມ່ນໄດ້ເປີດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 13-22 ທັນວາ 2022 ເຊິ່ງໄດ້ມີການແຂ່ງຂັນທັງໝົດ 25 ປະເພດກິລາ, ມີນັກກິລາເຂົ້າຮ່ວມທັງໝົດ 3 ພັນກວ່າຄົນ, ມີການຊີງຫຼຽນທັງໝົດ 1.258 ຫຼຽນ ໃນນັ້ນມີຫຼຽນຄໍາ 363 ຫຼຽນ, ຫຼຽນເງິນ 363 ຫຼຽນ ແລະ ຫຼຽນທອງ 532 ຫຼຽນ.

ສະເພາະແຂວງຄຳມ່ວນ ແມ່ນໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 19 ປະເພດ, ມີນັກກິລາ ແລະ ຄະນະນຳ, ຄູຝຶກ ເຂົ້າຮ່ວມ 300 ກວ່າຄົນ ໃນນັ້ນສະເພາະນັກກິລາ 180 ຄົນ. ຜົນການແຂ່ງຂັນ ແຂວງຄຳມ່ວນສາມາດຍາດໄດ້ທັງໝົດ 109 ຫຼຽນ ປະກອບມີ: ຫຼຽນຄຳ 36 ຫຼຽນ, ຫຼຽນເງິນ 26 ຫຼຽນ ແລະ ຫຼຽນທອງ 47 ຫຼຽນ ຢູ່ໃນອັນດັບທີ 4 ຂອງປະເທດ ຮອງຈາກ ແຂວງຊຽງຂວາງ ເຈົ້າພາບ, ນະຄອນຫຼວງວຽງຈັນ ແລະ ກະຊວງປ້ອງກັນປະເທດ ຕາມລຳດັບ. ເຊິ່ງປະເພດກິລາທີ່ໄດ້ຮັບຫຼຽນ ປະກອບມີ: ກິລາເທຄວັນໂດ 6 ຫຼຽນຄຳ, 4 ຫຼຽນເງິນ, 5 ຫຼຽນທອງ ລວມ 15 ຫຼຽນ ຈັດຢູ່ໃນອັນດັບທີ 1 ຂອງປະເທດ, ມວຍລາວ 2 ຫຼຽນຄຳ, 3 ຫຼຽນເງິນ, 5 ຫຼຽນທອງ ລວມ 10 ຫຼຽນ ອັນດັບທີ 1, ວູຊູ 3 ຫຼຽນຄໍາ, 3 ຫຼຽນເງິນ, 2 ຫຼຽນທອງ ລວມ 8 ຫຼຽນ ອັນດັບທີ 2, ຄາຣາເຕໂດ 2 ຫຼຽນຄໍາ, 6 ຫຼຽນທອງ ລວມ 8 ຫຼຽນ ອັນດັບທີ 2, ແລ່ນ-ລານ 6 ຫຼຽນຄໍາ, 2 ຫຼຽນທອງ ລວມ 8 ຫຼຽນ ອັນດັບທີ 2, ຢູໂດ 3 ຫຼຽນຄໍາ, 2 ຫຼຽນເງິນ, 4 ຫຼຽນທອງ ລວມ 9 ຫຼຽນ ອັນດັບທີ 3, ມວຍສາກົນ 2 ຫຼຽນຄໍາ, 1 ຫຼຽນເງິນ, 2 ຫຼຽນທອງ ລວມ 5 ຫຼຽນ ອັນດັບທີ 3, ກິລາລົດຖີບ 3 ຫຼຽນຄໍາ ອັນດັບທີ 3, ດອກປີກໄກ່ 2 ຫຼຽນຄໍາ, 1 ຫຼຽນເງິນ, 2 ຫຼຽນທອງ ລວມ 5 ຫຼຽນ ອັນດັບທີ 3, ບານສົ່ງຫາດຊາຍ 1 ຫຼຽນເງິນ ອັນດັບທີ 3, ກະຕໍ້ 1 ຫຼຽນຄໍາ, 2 ຫຼຽນເງິນ, 6 ຫຼຽນທອງ ລວມ 9 ຫຼຽນ ອັບດັບທີ 4, ເປຕັງ 1 ຫຼຽນຄຳ, 1 ຫຼຽນເງິນ, 3 ຫຼຽນທອງ ລວມ 5 ຫຼຽນ ອັນດັບທີ 4, ປັນຈັກສີລັດ 2 ຫຼຽນຄຳ, 2 ຫຼຽນເງິນ, 2 ຫຼຽນທອງ ລວມ 6 ຫຼຽນ ອັນດັບທີ 5, ຍິງທະນູ 1 ຫຼຽນຄໍາ, 2 ຫຼຽນເງິນ, 2 ຫຼຽນທອງ ລວມ 5 ຫຼຽນ ອັນດັບທີ 5, ມວຍປໍ້າ 1 ຫຼຽນຄໍາ, 2 ຫຼຽນເງິນ ລວມ 3 ຫຼຽນ ອັນດັບທີ 6, ຍິງປືນ 1 ຫຼຽນຄໍາ, 2 ຫຼຽນເງິນ, 6 ຫຼຽນທອງ ລວມ 9 ຫຼຽນ ຢູ່ໃນອັນດັບທີ 6 ຂອງປະເທດ. ສ່ວນປະເພດກິລາທີ່ບໍ່ໄດ້ຮັບຫຼຽນປະກອບມີ ບານເຕະ, ກ໊ອຟ ແລະ ປິ໋ງປ໋ອງ.

ໃນພິທີສະຫຼຸບຄັ້ງນີ້ ຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງຄຳມ່ວນ ແລະ ໃບກຽດຕິຄຸນ ໃຫ້ແກ່ບັນດາຄະນະນຳ, ກອງເລຂາ, ຄູຝຶກ ແລະ ນັກກິລາ ລວມເຖິງບັນດາບໍລິສັດ, ລັດວິສາຫະກິດ, ຫ້າງຮ້ານ ແລະ ບຸກຄົນ ທີ່ມີຜົນງານ ແລະ ປະກອບສ່ວນຊຸກຍູ້ ອຸປະຖໍາ ເຮັດໃຫ້ງານດັ່ງກ່າວສຳເລັດໄປດ້ວຍດີ ແລະ ມີການຈັດງານລ້ຽງພາເຂົ້າສາມັກຄີ ເພື່ອສະຫຼອງເຖິງຜົນສຳເລັດ ໃນວຽກງານດັ່ງກ່າວຢ່າງສົມກຽດ.
